ແຈ້ງການ Print E-mail
Written by Ambassade Lao   
Saturday, 10 January 2026 10:26

                                      ແຈ້ງການ                                                               

ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງ ປາຣີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດສະບັບເລກທີ 311/ປປທ,         ລົງວັນທີ 01 ທັນວາ 2025 ວ່າດ້ວຍ ການປະກາດເອົາວັນອາທິດທີ 22 ກຸມພາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ສຳລັບພົນລະເມືອງລາວທີ່ເດີນທາງມາທ່ອງທ່ຽວ, ຢ້ຽມຢາມພີ່ນ້ອງ, ສຶກສາຮ່ຳຮຽນ, ມາປະກອບອາຊີບເຮັດວຽກ ແລະ ດຳລົງຊີວີດອາໄສຢູ່ຕ່າງປະເທດ ແຕ່ບໍ່ສາມາດກັບໄປ ສປປ ລາວ ເພື່ອໃຊ້ສີດໃນການເລຶອກຕັ້ງໃນວັນເວລາດັ່ງກ່າວໄດ້ທັນ, ທ່ານກໍສາມາດປະຕີບັດສິດໃນການເລືອກຕັ້ງຂອງທ່ານຢູ່ຕ່າງປະເທດໄດ້ໂດຍທີ່ສະຖານທູດແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ, ແຕ່ຈຳເປັນຕ້ອງລົງທະບຽນເລືອກຕັ້ງລວ່ງໜ້າກັບສະຖານທູດຕາມເງື່ອນໄຂ ແລະ ລາຍລະອຽດດັ່ງນີ້:

  1. 1.ເປັນພົນລະເມືອງລາວທີ່ມີອາຍຸແຕ່ 18 ປີ ຂື້ນໄປ ແລະ ເດີນທາງມາຢ້ຽມຢາມພີ່ນ້ອງ, ສຶກສາຮ່ຳຮຽນ, ມາປະກອບອາຊີບເຮັດວຽກ ແລະ ດຳລົງຊີວີດອາໄສຢູ່ປະເທດຝຣັ່ງ ແລະ ບັນດາປະເທດທີ່ຢູ່ໃນຄວາມຮັບຜິດຊອບຂອງສະຖານທູດລາວ ທີ່ ປາຣີ (Andorra, Burkina Faso, Ethiopia, Guinea, Ivory, Coast, Mauritania Mauritius, Monaco, Morocco, Mozambique, Niger, Portugal, Somalia, Spain); 
  2. 2.ແຈ້ງຊື່ ແລະ ນາມສະກຸນ, ເອກະສານຢັ້ງຢຶນພົນລະເມືອງ (ບັດປະຈຳໂຕ, ສຳມະໂນຄົວ, ໜັງສືຜ່ານແດນ) ພ້ອມດ້ວຍເບີໂທຕິດຕໍ່ ແລະ ທີ່ຢູ່;
  3. 3.ແຈ້ງຜ່ານອີເມວ: This e-mail address is being protected from spambots. You need JavaScript enabled to view it ; ຫຼື ໂທແຈ້ງຜ່ານເບີໂທ +33 (0)1 45 53 75 22 / +33 (0)1 45 53 02 98; ຫຼື ແຈ້ງຜ່ານຊ່ອງການໃຫ້ຄຳຄິດເຫັນດ້ານລຸ່ມຂອງແຈ້ງການນີ້ໃນ Facebook ຂອງສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ປາຣີ;
  4. 4.ເຂົ້່າມາແຈ້ງ ແລະ ພົວພັນສອບຖາມຂໍ້ມູນຢູ່ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ປາຣີໃນວັນລັດຖະການ (ເວລາ 09:00-12:00 ໂມງ), ທີ່ຢູ່ 74Raymond Poincaré 75116 Paris, France
  5. 5.ກຳນົດແຈ້ງລາຍຊື່ ແລະ ລາຍລະອຽດໃຫ້ສະຖານທູດຊາບ ຊ້າສູດບໍ່ໃຫ້ກາຍວັນທີ 14 ມັງກອນ 2026;
  6. 6.ຫຼັງຈາກການລົງທະບຽນສຳເລັດ ແລະ ມີເງື່ອນໄຂຄົບຖ້ວນແລ້ວ ສະຖານທູດຈະແຈ້ງລາຍລະອຽດກ່ຽວກັບວັນເວລາສະຖານທີ່ ແລະ ວິທີການເລື່ອກຕັ້ງ (ຢູ່ສະຖານທູດ ຫຼື ຜ່ານຊ່ອງທາງອື່ນໆ) ໃຫ້ທ່ານຊາບຕາມພາຍຫຼັງ.

ດັ່ງນັ້ນ, ສະຖານທູດ ຈຶ່ງຂໍແຈ້ງໃຫ້ບັນດາທ່ານເພື່ອຊາບ ແລະ ຂໍການຮ່ວມມືໃນການລົງທະບຽນຕາມເງື່ອນໄຂຂ້າງເທິງດັ່ງກ່າວ ພ້ອມທັງຂໍໃຫ້ທ່ານຈົ່ງຕິດຕາມຂໍ້ມູນຂ່າວສານການເລືອກຕັ້ງຈາກສະຖານທູດໃນຕໍ່ໜ້າຕື່ມດ້ວຍ.

 

Ciliquez ici pour télécharger