ແຈ້ງການອອກມາດຕະການເພີ່ມຂອງການອອກວີຊາເຂົ້າ ສປປ ລາວ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 Print
Written by Ambassade Lao   
Thursday, 19 March 2020 03:18

ແຈ້ງການອອກມາດຕະການເພີ່ມເຕີມ ກ່ຽວກັບ ການອອກວີຊາເຂົ້າ ສປປ ລາວ ເພື່ອເຝົ້າລະວັງປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 (Covid 19), ດັ່ງນີ້:

1.ໂຈະການອອກວີຊາກັບດ່ານສາກົນໃນຂອບເຂດທົ່ວປະເທດ;

2.ໂຈະການອອກວີຊາທ່ອງທ່ຽວ ຢູ່ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ;

3.ໂຈະການອອກວີຊາອອນລາຍ;

4.ໂຈະການຈັດຕັ້ງປະຕິບັດການຍົກເວັ້ນວີຊາ ໃຫ້ແກ່ພົນລະເມືອງປະເທດອາຊຽນ ແລະ ພົນລະເມືອງຂອງປະເທດທີ່ໄດ້ເຊັນສັນຍາຍົກເວັ້ນວີຊາທັງຝ່າຍດຽວ ແລະ ສອງຝ່າຍ ກັບ ສປປ ລາວ (ບໍ່ລວມຜູ້ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ);

5.ພິຈາລະນາອອກວີຊາປະເພດອື່ນໆ (ຍົກເວັ້ນວີຊາທ່ອງທ່ຽວ) ໂດຍຜ່ານສໍານັກງານ ແຫ່ງ ສປປ ລາວ ເທົ່ານັ້ນ. ການປະກອບເອກະສານຂໍວີຊາ ນອກຈາກເອກະສານທີ່ຕ້ອງການຕາມລະບຽບໃນການຂໍວີຊາ ແລ້ວ ແມ່ນຈໍາເປັນຈະຕ້ອງມີໃບຢັ້ງຢືນສຸຂະພາບຄັດຕິດມາພ້ອມ. ແບບຟອມໃບຢັ້ງຢືນສຸຂະພາບດັ່ງກ່າວ ສາມາດດາວໂລດເອົາຢູ່ໃນເວບໄຊທາງການຂອງ ກະຊວງການຕ່າງປະເທດ www.mofa.gov.la

 

 

Pour casser l’expansion du Covid-19, le Ministère des Affaires Étrangères de la RDP Lao a annoncé le 19 mars 2020 que la RDP Lao va arrêter la délivrance des Visas suivants à tous citoyens étrangers à partir du 20 mars jusqu’au 3 mai 2020 :

1.Visa à l’arrivée;

2.Visa touristes; et

3.Visa électroniques (E-Visa)

La RDP Lao va aussi suspendre l’exemption de Visa pour les citoyens des pays de l’ASEAN et les citoyens des pays qui ont signés des accords de l’exemption de visa avec la RDP Lao (sauf pour les détenteurs du passeport diplomatique et de service).

Les missions diplomatiques de la RDP Lao à l’étranger vont continuer à délivrer des visas non-touristiques sur demande muni de documents officiels et d’une attestation de bonne santé déposés par poste.

Last Updated on Monday, 18 May 2020 23:50