ແຈ້ງການ ປ່ອນບັດເລືອກຕັ້ງ Print E-mail
Written by Ambassade Lao   
Tuesday, 23 December 2025 22:00

ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ ນະຄອນຫຼວງ ປາຣີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດຳລັດສະບັບເລກທີ 311/ປປທ, ລົງວັນທີ 01 ທັນວາ 2025 ວ່າດ້ວຍ ການປະກາດເອົາ ວັນອາທິດ ທີ 22 ກຸມພາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.

ສຳລັບພົນລະເມືອງລາວທີ່ເດີນທາງມາທ່ອງທ່ຽວ, ຢ້ຽມຢາມພີ່ນ້ອງ, ສຶກສາຮ່ຳຮຽນ, ມາປະກອບອາຊີບເຮັດວຽກ ແລະ ດຳລົງຊີວິດອາໄສຢູ່ຕ່າງປະເທດ ແຕ່ບໍ່ສາມາດກັບໄປ ສປປ ລາວ ເພື່ອໃຊ້ສິດໃນການເລຶອກຕັ້ງໃນວັນເວລາດັ່ງກ່າວໄດ້ທັນ, ທ່ານກໍສາມາດປະຕິບັດສິດໃນການເລືອກຕັ້ງຂອງທ່ານຢູ່ຕ່າງປະເທດໄດ້ທີ່ສະຖານທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ, ແຕ່ຈຳເປັນຕ້ອງລົງທະບຽນເລືອກຕັ້ງລວ່ງໜ້າກັບສະຖານທູດຕາມເງື່ອນໄຂ ແລະ ລາຍລະອຽດດັ່ງນີ້:

  1. 1.ເປັນພົນລະເມືອງລາວທີ່ມີອາຍຸແຕ່ 18 ປີ ຂື້ນໄປ ແລະ ເດີນທາງມາຢ້ຽມຢາມພີ່ນ້ອງ, ສຶກສາຮ່ຳຮຽນ, ມາປະກອບອາຊີບເຮັດວຽກ ແລະ ດຳລົງຊີວີດອາໄສຢູ່ປະເທດຝຣັ່ງ ແລະ ບັນດາປະເທດທີ່ຢູ່ໃນຄວາມຮັບຜິດຊອບຂອງສະຖານທູດລາວ ທີ່ ປາຣີ (Andorra, Burkina Faso, Ethiopia, Guinea, Ivory, Coast, Mauritania Mauritius, Monaco, Morocco, Mozambique, Niger, Portugal, Somalia, Spain)
  2. 2.ແຈ້ງຊື່ ແລະ ນາມສະກຸນ, ເອກະສານຢັ້ງຢຶນພົນລະເມືອງ (ບັດປະຈຳໂຕ, ສຳມະໂນຄົວ, ໜັງສືຜ່ານແດນ) ພ້ອມດ້ວຍເບີໂທຕິດຕໍ່ ແລະ ທີ່ຢູ່;
  3. 3.ແຈ້ງຜ່ານອີເມວ: This e-mail address is being protected from spambots. You need JavaScript enabled to view it ; ຫຼື ໂທແຈ້ງຜ່ານເບີໂທ +33 (0)1 45 53 75 22 / +33 (0)1 45 53 02 98; ຫຼື ແຈ້ງຜ່ານຊ່ອງການໃຫ້ຄຳຄິດເຫັນດ້ານລຸ່ມຂອງແຈ້ງການນີ້ໃນ Facebook ຂອງສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ປາຣີ;
  4. 4.ເຂົ້່າມາແຈ້ງ ແລະ ພົວພັນສອບຖາມຂໍ້ມູນຢູ່ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ປາຣີໃນວັນລັດຖະການ (ເວລາ 09:00-12:00 ໂມງ), ທີ່ຢູ່ 74Raymond Poincaré 75116 Paris, France
  5. 5.ກຳນົດແຈ້ງລາຍຊື່ໃຫ້ສະຖານທູດຊາບ ຊ້າສູດບໍ່ໃຫ້ກາຍວັນທີ 03 ມັງກອນ 2026;
  6. 6.ຫຼັງຈາກການລົງທະບຽນສຳເລັດ ແລະ ມີເງື່ອນໄຂຄົບຖ້ວນແລ້ວ ສະຖານທູດຈະແຈ້ງລາຍລະອຽດການເລືອກຕັ້ງໃຫ້ທ່ານຊາບຕາມພາຍຫຼັງ.

ດັ່ງນັ້ນ, ສະຖານທູດ ຈຶ່ງຂໍແຈ້ງໃຫ້ບັນດາທ່ານເພື່ອຊາບ ແລະ ຂໍການຮ່ວມມືໃນການລົງທະບຽນຕາມເງື່ອນໄຂຂ້າງເທິງດັ່ງກ່າວ   ພ້ອມທັງຂໍໃຫ້ທ່ານຈົ່ງຕິດຕາມຂໍ້ມູນຂ່າວສານການເລືອກຕັ້ງຈາກສະຖານທູດໃນຕໍ່ໜ້າຕື່ມດ້ວຍ.

 

 

Cliquez-ici pour télécharger le document