Activites de l'ambasade
ແຈ້ງປິດສະຖານທູດ ລາວ ທີ່ ປາຣີ ໃນວັນທີ 10 ມີນາ 2025 Print E-mail
Written by Ambassade Lao   
Thursday, 06 March 2025 22:48
emailButton.png edit

ແຈ້ງປິດສະຖານທູດລາວ ທີ່ ປາຣີ ໃນວັນທີ 10 ມີນາ 2025.

La fermeture de l'Ambassade de la RDP Lao 

ພວກເຮົາຂໍແຈ້ງໃຫ້ທ່ານ ຊາບວ່າ ໃນວັນທີ 10 ມີນາ 2025 ສະຖານທູດລາວ ທີ່ ປາຣີ ຈະພັກການເຮັດວຽກ ເນື່ອງຈາກເປັນວັນພັກທາງລັດຖະການຂອງ ສປປ ລາວ ເນື່ອງໃນໂອກາດວັນແມ່ຍິງສາກົນ.

Nous vous informons que l’Ambassade de la RDP Lao sera fermée le 10 mars 2025 à l’occasion du jour férié de la RDP Lao (La Fête de la Journée Internationale des droits des Femmes).

 
ແຈ້ງການປິດການເຮັດວຽກໃນວັນທີ 3 ແລະ 4 ຕຸລາ 2024. Print E-mail
Written by Ambassade Lao   
Sunday, 29 September 2024 00:58

ແຈ້ງການປິດການເຮັດວຽກໃນວັນທີ 3 ແລະ 4 ຕຸລາ 2024.

 

ສະຖານເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ ຈະປິດການເຮັດວຽກໃນວັນທີ 3 ແລະ 4 ຕຸລາ 2024. 

L'Ambassade de la République Démocratique Populaire Lao sera fermer le 3 et 4 octobre 2024.

 

 

 
ແຈ້ງການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ ສປປ ລາວ. Print E-mail
Written by Ambassade Lao   
Thursday, 19 September 2024 19:04

Cliquez-ici pour télécharger le document

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ຂໍຖືເປັນກຽດແຈ້ງມາຍັງ ບັນດາພໍ່ແມ່ພີ່ນ້ອງຄົນເຊື້ອຊາດລາວທີ່ຢູ່ປະເທດຝຣັ່ງຊາບທົ່ວເຖິງກັນວ່າ ປະຈຸບັນ ສປປ ລາວ ກຳລັງປະເຊີນກັບໄພພິບັດນໍ້າຖ້ວມຢ່າງຮ້າຍແຮງ ຈາກຜົນກະທົບຂອງມະຫາພາຍຸຢາກິ (Super Typhoon YAGI) ຊຶ່ງເປັນພາຍຸລູກໃຫຍ່ທີ່ສຸດທີ່ພັດເຂົ້າ ສປປ ລາວ ໃນຮອບຫຼາຍສິບປີຜ່ານມາ ໂດຍໄດ້ເຮັດໃຫ້ເກີດນໍ້າຖ້ວມຢ່າງຮຸນແຮງ ແລະ ເປັນບໍລິເວນກວ້າງຂວາງຢູ່ແຂວງຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆຂອງລາວ ຊຶ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ, ໄດ້ຮັບບາດເຈັບ ແລະ ສ້າງຄວາມເສຍຫາຍຕໍ່ຊັບສິນຂອງປະຊາຊົນຢ່າງຮຸນແຮງອັນໄດ້ເຮັດໃຫ້ສະພາບການດຳລົງຊີວິດຂອງປະຊົນໃນພື້ນທີ່ດັ່ງກ່າວມີຄວາມຫຍຸ້ງຍາກຫລາຍ ແລະ ມີຄວາມຕ້ອງການ ການຊ່ວຍເຫລືອຢ່າງຮີບດ່ວນທາງດ້ານອາຫານການກິນ, ນໍ້າດຶ່ມ, ຢາປົວພະບາດ, ເຄື່ອນຸ່ງຫົ່ມ ແລະ ເຄື່ອງໃຊ້ ອຸປະໂພກທີ່ຈຳເປັນອື່ນໆ.

ເພື່ອຮັບມືກັບສະພາບການອັນສຸກເສີນ ແລະ ຮ້າຍແຮງດັ່ງກ່າວ, ລັດຖະບານ ສປປລາວ ກໍ່ໄດ້ຮີບຮ້ອນໃຫ້ການຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວຕາມຄວາມສາມາດ ພ້ອມທັງໄດ້ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງຄົນລາວທັງຢູ່ພາຍໃນ ແລະ ຕ່າງປະເທດ ຕະຫລອດທຸກພາກສ່ວນໃນສັງຄົມເພື່ອຮ່ວມແຮງຮ່ວມໃຈກັນຊ່ວຍເຫຼືອຜູ້ປະສົບໄພພິບັດດັ່ງກ່າວ.

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດຝຣັ່ງ ຈຶ່ງໄດ້ແຈ້ງມາຍັງພໍ່ແມ່ພີ່ນ້ອງ ຄົນເຊື້ອຊາດລາວທີ່ອາໄສຢູ່ປະເທດຝລັ່ງ ກໍຄືປະຊາຊົນເພື່ອນມິດຊາວຝຣັ່ງ ແລະຢູ່ໃນໂລກ ທີ່ມີຈິດໃຈ ເອື້ອເຟື້ອເພື່ອແຜ່ ແລະ ມີຄວາມກະລຸນາ ເພື່ອໃຫ້ການຊ່ວຍເຫລືອ ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ດັ່ງກ່າວຕາມກຳລັງຈິດສັດທາຂອງຕົນ. ທ່ານສາມາດບໍລິຈາກຜ່ານບັນຊີທະນາຄານຂອງສະຖານທູດ ດັ່ງລຸ່ມນີ້:

  1. 1.Par virement:

Ambassade du la RDP Lao

BRED Banque populaire

Compte numéro: 728 02 7781

IBAN : FR7610107008680072802778121

  1. 2.Par chèque à l’ordre de:

l’Ambassade de la RDP Lao, 74 avenue Raymond Poincaré, 75116 Paris

ຜູ້ປະສານງານ: ທ່ານ ນາງ ທອນ ສົມພາວິໄລ,  ເບີໂທ: 06 86 57 08 26, ອີເມວ: This e-mail address is being protected from spambots. You need JavaScript enabled to view it

ດັ່ງນັ້ນ, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ປະເທດຝລັ່ງ ຈຶ່ງຂໍແຈ້ງຂ່າວມາຍັງ ພໍ່ແມ່ພີ່ນ້ອງໄດ້ຊາບທົ່ວເຖິງກັນ ແລະ ຫວັງຢ່າງຍິ່ງວ່າ ບັນດາທ່ານ ຈະໃຫ້ການຊ່ວຍເຫຼືອໃນເວລາ ທີ່ມີຄວາມຈຳເປັນດັ່ງກ່າວ ແລະ ທຸກການຊ່ວຍເຫລືອຂອງບັນດາທ່ານຈະຖືກສົ່ງມອບຕໍ່ໄປຍັງຄະນະກຳມະການສະເພາະກິດເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ ສປປລາວ ຢ່າງທົ່ວເຖິງ.

 
ສະບາຍດີປີໃໝ່ລາວ ພສ. 2567 Print E-mail
Written by Ambassade Lao   
Thursday, 11 April 2024 21:08

 

ສະບາຍດີປີໃໝ່ລາວ ພສ. 2567

 

ເນື່ຶອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2566 ແລະ ຕ້ອນຮັບປີໃໝ່ ພສ. 2567 ທີ່ຈະໝູນວຽນມາເຖິງ   ທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍພັນລະຍາ ແລະ ພະນັກງານພາຍໃນສະຖານທູດ ແຫ່ງ ສປປ ລາວ ປະຈຳປະເທດ ຝຣັ່ງ ຂໍສົ່ງພອນໄຊອັນປະເສີດ ແລະ ຄວາມຮັກແພງຢ່າງຈິງໃຈ ມາຍັງພໍ່ແມ່ພີ່ນ້ອງເຊື້ອຊາດລາວທ່ີດຳລົງຊີວິດຢູ່ປະເທດຝຣັ່ງ ກໍ່ຄືຢູ່ທຸກແຫ່ງຫົນຂອງໂລກ ພ້ອມດ້ວຍຄອບຄົວທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມຈະເລີນຮຸ່ງເຮື່ອງກ້າວໜ້າ ແລະ ມິຜົນສຳເລັດໃນໜ້າທີ່ວຽກງານອັນສຸງສົ່ງ.

 

ໂຊກດິປີໃໝ່.

 

 

 

 

 

 

 

cliquez ici pour télécharger le document.

 
ແຈ້ງການປິດສະຖານທູດ ວັນທີ 15, 16, 17 ແລະ 18 ເມສາ 2024. Print E-mail
Written by Ambassade Lao   
Thursday, 11 April 2024 19:56

 

Fermeture l'Ambassade de la RDP Lao.

 

         ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງປາຣີ ຂໍແຈ້ງໃຫ້ຊາບວ່າ ຈະປິດໃຫ້ບໍລິການໃນວັນທີ 15, 16, 17, ແລະ 18 ເມສາ 2024 ເນື່ອງໃນໂອກາດວັນບຸນປີໃໝ່ລາວ ພສ. 2567.

 

         L'Ambassade de la RDP Lao a l'honneur de les informer que l'Ambassade de la RDP Lao sera fermée du 15, 16, 17 et 18 avril 2024 à l'occasion de la Fête Nouvel An Lao (Boun Pimai Lao).

 
<< Start < Prev 1 2 Next > End >>

Page 1 of 2